
ໃນວັນທີ 05 ຕຸລາ 2026 ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂື້ນທີ່ ໂຮງແຮມ ຮໍລີເດອິນ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະກອງປະຊຸມໂດຍ ທານ ພູວົງ ກິດຕະວົງ, ຮອງລັດຖະມົນຕີ ກະຊວງການເງິນ.
ກອງປະຊຸມຄັ້ງນີ້ ຈັດຂື້ນໃນຮູບແບບທັງເຊິ່ງໜ້າ ແລະ ອອນລາຍ. ຊຶ່ງມີຈຳນວນຜູ້ເຂົ້າຮ່ວມແບບ ອອນລາຍ 365 ທ່ານ ແລະ ເຂົ້າຮ່ວມແບບເຊິ່ງໜ້າ 126 ທ່ານ ຍິງ 68 ທ່ານ, ໂດຍມີພະນັກງານ ຂັ້ນຕ່າງໆ ຂອງກະຊວງການເງິນເຂົ້າຮ່ວມ ປະກອບມີ ຫົວໜ້າກົມ, ຫົວໜ້າສະຖາບັນ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຄະນະບໍລິຫານງານ, ຄະນະກຳມະການຕ່າງໆ ຂອງ ສວ-ບກລ, ສະມາຊິກສາມັນ ແລະ ພະນັກງານ ສວ-ບກລ ພ້ອມດ້ວຍ ແຂກຖືກເຊີນ ຈໍານວນໜຶ່ງ.

ກອງປະຊຸມໄດ້ທົບທວນ ສະຫຼູບຕີລາຄາ ຜົນການເຄື່ອນໄຫວວຽກງານ ໃນໄລຍະ ປີ 2022-2025 ແລະ ສະເໜີຍຸດທະສາດແຜນການ 2026-2030, ເຊິ່ງການເຄື່ອນໄຫວວຽກງານ ໃນໄລຍະ ປີ 2022-2025 ໄດ້ມີຜົນສໍາເລັດພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ດ້ານການປັບປຸງ ບຸກຄະລາກອນຂັ້ນຕ່າງໆ, ການປັບປຸງນິຕິກຳພາຍໃນ, ການຂະຫຍາຍຖານສະມາຊິກ ທີ່ມີຈໍານວນເພີ່ມຂື້ນ ຈໍານວນ 72% ທຽບໃສ່ ໄລຍະ 2018-2021 ແລະ ວຽກງານການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ.
ສຳຫຼັບການຝືກອົບຮົມ ນັກຊ່ຽວຊານບັນຊີລາວ (Lao CPA) ແມ່ນສາມາດຈັດຝືກອົບຮົມໄດ້ທັງໝົດ 4 ຮຸ້ນ(17-20) ຈຳນວນ 1,435 ທ່ານ, ບິງ 875 ທ່ານ, ມອບໃບຢັ້ງຢືນເປັນນັກຊ່ຽວຊານບັນຊີລາວ 2022-2025 ໄດ້ທັງໝົດ: 332 ທ່ານ, ຍິງ 179 ທ່ານ, ໃນປີ 2026 ແມ່ນສາມາດມອບໃບຢັ້ງຢືນນັກຊ່ຽວຊານບັນຊີລາວໄດ້ 164 ທ່ານ, ຍິງ 103 ທ່ານ, ພ້ອມທັງປັບປຸງຫຼັກສູດ ການຮຽນ-ການສອນ ແລະ ເນື້ອໃນການພັດທະນາວິຊາຊີບໃຫ້ມີຄວາມສອດຄ່ອງກັບ ມາດຕະຖານສາກົນ ແລະ ສະພາບການໃນປັດຈຸບັນ.
ສຳຫຼັບການຝືກອົບຮົມ ພັດທະນາວິຊາຊີບແບບຕໍ່ເນື່ອງ CPD ແມ່ນມີການຈັັດຝືກອົບຮົມ ໃນຮູບແບບ ເຊິ່ງໜ້າ ແລະ ອອນລາຍ ໃນຫົວຂໍ້ຕ່າງໆ ທີ່ກ່ຽວຂ້ອງ ສາມາດຈັດຝືກອົບຮົມໄດ້ທັງໝົດ 68 ຫົວຂໍ້ ແລະ ມີຜູ້ເຂົ້າຮ່ວມທັງໝົດ 6,965 ເທື່ອຄົນ ແລະ ວຽກງານອື່ນໆ ທີ່ພົ້ນເດັ່ນອີກຫຼາຍດ້ານ.
ກອງປະຊຸມໄດ້ນໍາສະເໜີແຜນການ ປີ 2026-2030 ໂດຍກຳນົດ 7 ເປົ້າໝາຍຈຸດສຸມ ໃນການພັດທະນາ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຄື: 1) ພັດທະນາຫຼັກສູດ CPA ແລະ CPD ໃຫ້ເປັນພາສາລາວ; 2. ພັດທະນາ ສວ-ບກລ ເຂົ້າສູ່ລະບົບທັນສະໄໝ; 3. ປະຕິຮູບ ສວ-ບກລ ຈາກສູນຝຶກອົບຮົມ ໃຫ້ເປັນສູນສອບເສັງເອກະລາດ; 4) ເປັນສະມາຊິກສົມບູນຂອງ IFAC; 5) ສົ່ງເສີມນັກຊ່ຽວຊານ ບັນຊີອາຊຽນ ແລະ ການຮ່ວມມືກັບອົງການຈັດຕັ້ງວິຊາຊີບການບັນຊີພາຍໃນອາຊຽນ; 6) ການຍົກລະດັບການຮັບຮູ້ ແລະ ເພີ່ມຄຸນຄ່າໃຫ້ແກ່ສະມາຊິກ; 7) ສ້າງຄວາມເຂັ້ມແຂງ ທາງດ້ານການເງິນ ໃຫ້ ສວ-ບກລ.

ໃນກອງປະຊຸມມີຕົວແທນສະມາຊິກສາມັນບຸກຄົນ ແລະ ນິຕິບຸກຄົນ ໄດ້ຮ່ວມປະກອບຄຳເຫັນຕໍ່ຜົນງານທີ່ຜ່ານມາ ແລະ ສະເໜີແນະແນວທາງສຳຄັນສຳລັບໄລຍະ 2026–2030, ໂດຍເນັ້ນການຍົກສູງຄຸນນະພາບວິຊາຊີບ, ສ້າງຄຸນຄ່າໃຫ້ແກ່ສະມາຊິກ, ພັດທະນາສັກກະຍະພາບບຸກຄະລາກອນ ແລະ ຍົກສູງບົດບາດຂອງ ສວ-ບກລ ໃຫ້ສອດຄ່ອງກັບການປ່ຽນແປງຂອງວິຊາຊີບໃນຍຸກໃໝ່ໂດຍການຫັນເປັນ ດິຈິຕອລ.

ພ້ອມກັນນີ້, ກອງປະຊຸມໄດ້ດຳເນີນຂັ້ນຕອນເລືອກຕັ້ງຄະນະບໍລິຫານງານ ສວ-ບກລ ຊຸດໃໝ່ ຕາມລະບຽບການ, ເຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງຈຳນວນ 13 ທ່ານ ເລືອກເອົາ 7 ທ່ານ, ການລົງຄະແນນສຽງ ແມ່ນໃຊ້ລະບົບ ການລົງຄະແນນສຽງອອນລາຍ ເປັນເຄື່ອງມືໃນການລົງຄະແນນສຽງ ແລະ ນັບຄະແນນ, ເຊິ່ງສາມາດເລືອກຕັ້ງເອົາ ຄະນະບໍລິຫານງານຊຸດໃໝ່ ໄດ້ຈຳນວນ 7 ທ່ານ ຕາມລະບຽບການທີ່ກຳນົດ ຄື: 1. ທ່ານ ສອນໄຊ ສີລາເພັດ ເປັນປະທານ, 2. ທ່ານ ຮອງ ສາດສະດາຈານ ທອງເພັດ ຈັນທະນີວົງ ເປັນຮອງປະທານ, 3. ທ່ານ ພອນມະນີ ສີສົມພົງ ເປັນຄະນະບໍລິຫານງານ, 4 ທ່ານ ນ ປັນຍາທິບ ວົງສຸລິ ເປັນຄະນະບໍລິຫານງານ, 5. ທ່ານ ນັນທະລັດ ທິລາກຸນ ເປັນຄະນະບໍລິຫານງານ, 6. ທ່ານ ນ ມະນີສຸກ ໄຊຍະວົງສາ ເປັນຄະນະບໍລິຫານງານ ແລະ 7, ທ່ານ ນ ຄຳແຫວນ ຈິນດາວົງ ເປັນຄະນະບໍລິຫານງານ.
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຮອງເອົາບົດສະຫຼູບຜົນງານການເຄື່ອນໄຫວ ປີ 2022-2025 ແລະ ຮັບຮອງເອົາແຜນຍຸດທະສາດ 2026-2030 ຂອງ ສວ-ບກລ. ກອງປະຊຸມໃຫຍ່ຄັ້ງທີ່ II ນີ້ຈຶ່ງເປັນອີກບາດກ້າວສຳຄັນຂອງ ສວ-ບກລ ໃນການສືບຕໍ່ການພັດທະນາວິຊາຊີບການບັນຊີ ແລະ ກວດສອບ, ສ້າງຄວາມເຂັ້ມແຂງໃຫ້ອົງກອນ ແລະ ສະມາຊິກ, ແລະ ຂັບເຄື່ອນທິດທາງ 2026-2030 ໃຫ້ເກີດຜົນເປັນຮູບປະທຳ

