
ໃນວັນທີ 5 ພຶດສະພາ 2026 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຄົບຮອບ 28 ປີ (5 ພຶດສະພາ 1998-5 ພຶດສະພາ 2026), ໃນໂອກາດນີ້ ໄດ້ມີພິທີມອບໃບຍ້ອງຍໍ ໃຫ້ແກ່ສະມາຊິກ ນິຕິບຸກຄົນ ຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນມອບພັນທະຄ່າທຳນຽມຕາມລະບຽບກົດໝາຍ ແຕ່ປີ 2022-2025 ແລະ ມອບໃບຍ້ອງຍໍ ແກ່ສະມາຊິກສາມັນບຸກຄົນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມ ຝຶກອົບຮົມ ຍົກລະດັບວິຊາຊີບ ແບບຕໍ່ເນື່ອງ (CPD) ໄດ້ຕາມລະບຽບການ ຂອງ ສວ-ບກລ ຈໍານວນ 40 ຊົ່ວໂມງ ຂຶ້ນໄປ ປະຈໍາປີ 2025, ເປັນກຽດມອບໃບຍ້ອງຍໍ ຄັ້ງນີ້ໂດຍ ທ່ານ ສອນໄຊ ສີລາເພັດ ປະທານ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ແລະ ພິທີດັ່ງກ່າວ ຍັງຖືເປັນໂອກາດໃນການສະເຫຼີມສະຫຼອງປີ ພສ 2569 ແລະ ສະຫຼອງຂື້ນຫ້ອງການໃໝ່ປີທີ 2 ອິກດ້ວຍ
ໃນໂອກາດນີ້, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຂໍຂອບໃຈ ເປັນຢ່າງສູງມາຍັງ ສະມາຊິກຂອງ ສວ-ບກລ ທຸກທ່ານ ທີ່ໃຫ້ການສະໜັບສະໜູນ ການພັດທະນາ ສະພາວິຊາຊີບນັກວິຊາຊີບ ແລະ ນັກກວດສອບ ມາໂດຍຕະຫຼອດ ໂດຍສະເພາະພາກສ່ວນທີ່ໃຫ້ການສະໜັບສະໜູນດ້ານງົບປະມານ ໃນການຈັດກິດຈະກຳການສະເຫຼີມສະຫຼອງດັ່ງກ່າວ ຂໍອວຍພອນໄຊ ໃຫ້ທຸກທ່ານ ຈົ່ງປະສົບແຕ່ຄວາມສຸກ, ຄວາມຈະເລີນ, ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນທຸກໆດ້ານ ຕະຫຼອດປີໃໝ່ນີ້






