
ສະພາວິຊາວິຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ຈັດຝຶກອົບຮົມຫົວຂໍ້ “ການກວດສອບພາຍໃນ” ໃຫ້ແກ່ພະນັກງານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນຂອບເຂດທົ່ວປະເທດ
ໃນລະຫວ່າງວັນທີ 5–6 ພະຈິກ 2026 ທີ່ຜ່ານມາ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ການກວດສອບພາຍໃນ” ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃນຂອບເຂດທົ່ວປະເທດ ໂດຍຈັດຂຶ້ນທີ່ ສຳນັກງານໃຫຍ່ ຂອງລາວໂທລະຄົມ ນະຄອນຫຼວງວຽງຈັນ.
ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບກຽດບັນລະຍາຍໂດຍ ທ່ານ ສອນໄຊ ສີລາເພັດ, ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ), ເຊິ່ງໄດ້ຖ່າຍທອດຄວາມຮູ້, ຫຼັກການ ແລະ ປະສົບການຕົວຈິງກ່ຽວກັບລະບົບການຄວບຄຸມພາຍໃນທີ່ມີປະສິດທິພາບ, ການບໍລິຫານຄວາມສ່ຽງ ລວມທັງຂະບວນການກວດສອບພາຍໃນຕາມມາດຕະຖານວິຊາຊີບ ພ້ອມທັງຍັງໄດ້ມີການແລກປ່ຽນປະສົບການວຽກງານ ແລະ ປັນຫາຕົວຈິງຈາກຜູ້ເຂົ້າຮ່ວມ.


ຈຸດປະສົງຫຼັກຂອງການຈັດຝຶກອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານວິຊາການ ຂອງພະແນກກວສອບພາຍໃນ ໃຫ້ສາມາດນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ແຕ່ລະສາຂາທົ່ວປະເທດ, ແນໃສ່ສ້າງຄວາມໂປ່ງໃສ, ຄວາມຮັດກຸມ ແລະ ເພີ່ມປະສິດທິພາບໃນການຄຸ້ມຄອງ-ບໍລິຫານອົງກອນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.
Lao Chamber of Professional Accountants and Auditors (LCPAA) Deliver Training on “Internal Audit” for Lao Telecom Public Company Employees Nationwide
On November 5–6, 2026, the Lao Chamber of Professional Accountants and Auditors (LCPAA) organized a training workshop on ” Internal Audit” for relevant technical staff of Lao Telecom Public Company from across the country, held at the Lao Telecom Headquarters.
The training was honorably led by Mr. Sonexay Silaphet, President of the Lao Chamber of Professional Accountants and Auditors (LCPAA), who shared valuable knowledge, principles, and practical insights regarding effective internal control systems, risk management, and internal auditing procedures in accordance with professional standards.
The training aimed to strengthen participants’ technical knowledge and practical skills, enabling them to apply effective internal audit practices in their daily operations across nationwide branches. It also supports Lao Telecom’s efforts to enhance transparency, accountability, operational efficiency, and corporate governance for sustainable organizational development.




